Luang Prabang Today

Members Login
Username 
 
Password 
    Remember Me  
Sorry, you are not authorized to perform this action.
Post Info TOPIC: Lao Traditional Calenda 2551


Veteran Member

Status: Offline
Posts: 78
Date:
Lao Traditional Calenda 2551
Permalink   





ປະກາດສັງຂານ ປະຕິທິນ​ລາວ ​ແຫ່ງ​ປີ ພ​.ສ 2551


ປີ ຈຸນລະສັກກະຣາດ 1370, ຄິດທະສັກກະຣາດ 2008, ພຸດທະສັກກະຣາດ 2551, ປີຊວດ(ຮ້ວງໃຄ້), ທາງຈັນທະຄະຕິເປັນປີ ອະທິກະສຸຣະທິນ (ເດືອນສອງ ດັບ 14 ຄໍ່າ), ປົກກະຕິມາດ (ເດືອນແປດຫົນດຽວ), ປົກກະຕິວານ (ເດືອນເຈັດ ດັບ 14 ຄໍ່າ), ສ່ວນທາງສຸລິຍະຄະຕິນັ້ນ ກໍ່ເປັນປີອະທິກະສຸຣະທິນເຫມືອນກັນ (ເດືອນສອງສາກົນມີ 29 ມື້).

ວັນສັງຂານລ່ວງ: ວັນອາທິດ ຂຶ້ນ 8 ຄໍ່າ ເດືອນ 5 ຈຸນລະສັກກະຣາດ 1369, ພຸດທະສັກກະຣາດ 2550 ກົງກັບວັນທາງສຸລິຍະຄະຕິ ວັນທີ 13 ເດືອນເມສາ ປີ ຄິດຕະສັກກະຣາດ 2008.

ວັນສັງຂານເນົາ: ວັນຈັນ ຂຶ້ນ 9 ຄ່ຳ ເດືອນ 5 ຈຸນລະສັກກະຣາດ 1369, ພຸດທະສັກກະຣາດ 2550 ກົງກັບວັນທາງສຸລິຍະຄະຕິ, ວັນທີ 14 ເດືອນ ເມສາ ປີ ຄິດຕະສັກກະຣາດ 2008 (ເນົາວັນດຽວ).

ວັນສັງຂານຂຶ້ນ: ວັນອັງຄານ ຂຶ້ນ 10 ຄ່ຳ ເດືອນ 5 ກົງກັບວັນທາງສຸລິຍະຄະຕິ, ວັນທີ 15 ເດືອນເມສາ ປີ ຄິດທະສັກກະຣາດ 2008 ເປັນມື້ຖະເຫຼີງສົກຂຶ້ນປີໃໝ່ລາວ, ​​​ແລະ​ປ່ຽນ ຈ​.ສ 1369, ພ​.ສ 2550 ມາ​ເປັນ ຈ​.ສ 1370 ​ແລະ ພ.ສ 2551 ຕາມ​ລຳດັບ, ​ເຊິ່ງຈະໄປສິ້ນສຸດໃນ ວັນພຸດ ​ແຮມ 6 ຄໍ່າ ເດືອນ 5 ເຊິ່ງເປັນ ມື້ສັງຂານເນົາແຫ່ງປີ ຈຸນລະສັກກະຣາດ 1370 ພຸດທະສັກກະຣາດ 2551 ກົງກັບ ວັນທີ 15 ເດືອນ ເມສາ ປີຄິດທະສັກກະຣາດ 2009.

ນາງສັງຂານ: ນາງສັງຂານປະຈຳວັນອາທິດ, ນາງເທບທິດາ ອົງທີ 1 ຊົງພະນາມວ່າ “ ທຸງສະເທວີ ” ຊົງພະຫຸຣັດທັດດອກພິລາ ອາພອນປະດັບລ້ວນ ໄປດ້ວຍແກ້ວ ປັດຈະມະລາດ (ແກ້ວສີ ດອກພິລາ) ພັກສາຫານ ອຸທຸມພອນ ເປັນອາຫານ (ຫມາກເດື່ອ) ພະຫັດຂວາຊົງຖື ກົງຈັກ ພະຫັດຊ້າຍ ຊົງຖື ຫອຍສັງ ສະເດັດນັ່ງມາເໜືອຫຼັງພະຍາຄຸດເປັນພາຫະນະ.

ເກນພິລຸນນະສາດ: ພະອາທິດເປັນອະທິບໍດີ ນາກຫຼີ້ນນ້ຳ 4 ຕົວ ບັນດານໃຫ້ຝົນຕົກ 400 ຫ່າ: ຕົກໃນຂອບເຂດຈັກກະວານ 160 ຫ່າ, ຕົກໃນປ່າຫິມະພານ 120 ຫ່າ, ຕົກໃນມະຫາ ສະໝຸດ 80 ຫ່າ ແລະ ຕົກໃນມະນຸດສະໂລກ 40 ຫ່າ.

ເກນທາລາທິຄຸນ: ຕົກລາສີ ວາໂຍ ນ້ຳຈະມີພໍສົມຄວນ, ຈະມີລົມພັດມາຫຼາຍ ຈາກທຸກສາລະທິດ.

ເກນທັນຍາຫານ: ຖືກຊື່ວ່າ ປັຈສິມະ ເຂົ້າກ້າໄຮ່ນາ ຈະໄດ້ຜົນແຕ່ 1 ສ່ວນ, ເສຍໄປ 5 ສ່ວນ, ໂພຊະນິຍາຫານ ຈະເປັນພໍຄວນ, ຫມາກ​ໄມ້​ຈະ​ເກີດ​ມີ​ດ້ວງມີ​ແມງ, ນາດອນແລະນາລຸ່ມຈະໄດ້ຮັບຜົນ​ເທົ່າໆກັນ.

ເກນກາລະໂຍກ: ວັນພຸດ ເປັນທຸງໄຊ, ວັນອັງຄານ ເປັນອາທິບໍດີ, ວັນອາທິດ ເປັນອຸບາດ ແລະ ວັນພະຫັດ ເປັນໂລກາວິນາດ.

ຜົນການຄຳນວນ

ຫໍລະຄຸນ ອັດຕາ: 500405, ກໍາມັດຊະພົນ ອັດຕາ: 37, ອະວະມານ ອັດຕາ: 245, ມາດສະເກນ ອັດຕາ: 16945, ອຸດຈະພົນ ອັດຕາ: 2056, ດິຖີ: 10, ວາລະ: 3.

ການຄຳນວນທັງໝົດແມ່ນອີງຕາມຕຳລາ “ ໂຫລາສາດລາວ ພາກປັກຂະທິນ ໂດຍ ເຈົ້າ ເພັດຊະລາດ ລັດຕະນະວົງສາ ”. ການຄຳນວນດັ່ງກ່າວແມ່ນ ໃຊ້ໂປຣແກຣມຊ່ວຍ, ຜົນ​ການ​ຄຳນວນ​ທາງ​ຄະນິດສາ​ດ ຈິ່ງມີຄວາມແນ່ນອນສູງ.

..................................................................... 


ໂດຍ: Luangprabang 2 Day webmaster.



-- Edited by Luangprabang2day at 10:36, 2007-11-18

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard