Luang Prabang Today

Members Login
Username 
 
Password 
    Remember Me  
Post Info TOPIC: Let us know about Luang Prabang lamp for Lai Heau Fai Festival.


Veteran Member

Status: Offline
Posts: 78
Date:
Let us know about Luang Prabang lamp for Lai Heau Fai Festival.
Permalink   


ບຸນໄຫລເຮືອໄຟທີ່ຫລວງພະບາງນັບວ່າເປັນປາງບຸນໃຫຍ່ເຊິ່ງໄດ້ປະຕິບັດກັນມາເປັນເວລາຫລາຍເຊັ່ນຄົນ, ເມື່ອເດືອນສິບເອັດລາວໄດ້ກ້າວມາເຖິງ, ທຸກບ້ານເຮືອນ, ວັດວາອາຮາມ ແລະ ສະຖານທີ່ຕ່າງໆໃນເມືອງຫລວງ
ພະບາງຈະຖືກປະດັບປະດາໄປດ້ວຍໂຄມໄຟນ້ອຍໃຫຍ່ ເຊິ່ງມັນຄືສັນຍາລັກບອກວ່າບຸນໄຫລເຮືອໄຟ ອອກພັນສາ
ໄດ້ມາເຖິງແລ້ວ, ປົກກະຕິໂຄມໄຟທີ່ໃຊ້ໄຕ້ບູຊານັ້ນຈະບໍ່ມີຂາຍ, ສະນັ້ນທຸກຄອບຄົວກໍ່ຕ້ອງມີຄົນທີ່ມີຄວາມສາມາດ
ໃນການເຮັດໂຄມໄຟ, ເຊິ່ງພອນສະຫວັນນີ້ມັນໄດ້ຮັບການສືບທອດຜ່ານວັດທະນະທຳມາເປັນເວລາດົນນານ.

ມື້ນີ້ ຂ້າພະເຈົ້າຈະມາແນະນຳໂຄມໄຟຮູບແບບຕ່າງໆ, ເຊິ່ງຊາວຫລວງພະບາງມັກໃຊ້
ໄຕ້ບູຊາໃນບຸນໄຫລເຮືອໄຟ.

# ໂຄມດາວ



ໂຄມດາວເປັນໂຄມທີ່ມີຮູບຮ່າງຄືກັບດວງດາວ, ວິທີການເຮັດກໍ່ບໍ່ຍາກ ພຽງແຕ່ເຫລົາໄມ້
ໃຫ້ເທົ່າກັນສິບເສັ້ນ, ແລ້ວມາຫ້າເສັ້ນມາໄຂ່ວກັນເປັນຮູບດາວ ແລ້ວກໍ່ຈະໄດ້ໂຄງໄມ້ທີ່
ເປັນຮູບດາວສອງອັນ ແລ້ວນໍາມາມັດຕິດກັນ ຫລັງຈາກນັ້ນຈາກໄມ້ຄໍ້າທາງໃນຂອງ
ໂຄມໃຫ້ເບັງອອກພໍເຫມາະ.

# ໂຄມບັ້ງ ແລະ ໂຄມກາບ

ໂຄມບັ້ງ ແລະ ໂຄມກາບ ນິຍົມເຮັດເປັນຈຳນວນຫລາຍ ອາດຈະເປັນຮ້ອຍ ເຊິ່ງຈະໃຊ້
ປະດັບໃນສະບ້ານເຮືອນ ໂດຍສະເພາະສະຖານທີ່ກ້ວາງໆ ເຊັ່ນວັດວາອາຮາມ...
ວິທີການເຮັດແມ່ນງ່າຍ.






# ໂຄມປິ່ນ

ປະຈຸບັນໂຄມປິ່ນແມ່ນຈະບໍ່ຄ່ອຍເຫັນແລ້ວຍ້ອນອາດຈະບໍ່ຄ່ອຍມີຄົນສືບທອດ, ວິທີການ
ເຮັດກໍ່ອາດຈະຫຍຸ້ງຍາກ, ໂດຍເລີ້ມຈາການເຮັດໃບພັດຂອງໂຄມ ວິທີການເຮັດແມ່ນ
ເຮັດໃຫ້ຄ້າຍຄືໃບພັດຂອງເຮືອບິນອາຍພົ່ນ, ດັ່ງຮູບ ໃນເມື່ອກ່ອນໃຊ້ ໄມ້ໄຜ່ເຮັດ ແຕ່
ອາດຈະໃຊ້ພວກໂລຫະແທນກໍ່ໄດ້ ແຕ່ທີ່ສຳຄັນຕ້ອງທົນຄວາມຮ້ອນແລະເບົາ, ເມື່ອໄດ້
ໃບພັດແລ້ວກໍ່ເຮັດໂຄມຄ້າຍໃນຮູບ, ແລ້ວກໍ່ຕິດຮູບໃສ່ ອາດຈະເປັນຮູບຂອງເທບພະເຈົ້າ
ຕ່າງໆ ເມື່ອເວລາໂຄມປິ່ນກໍ່ຈະມີເງົາອອກມາຢ່າງສວຍງາມ, ຈຸດພິເສດຂອງໂຄມປິ່ນ
ເມື່ອເວລາເຮົາໄຕ້ທຽນໃສ່ໃນໂຄມຈະເຮັດໃຫ້ອາກາດບໍລິເວນທາງໃນຮ້ອນ ແລະ ເຮັດໃຫ້ເກີດມີການເຄື່ອນທີ່ຂອງອາກາດ ຈຶ່ງສົ່ງຜົນໃຫ້ໃບພັດປິ່ນ.






ປະຈຸບັນຜູ້ທີ່ສືບທອດໃນການເຮັດໂຄມປິ່ນອາດຈະຢູ່ໃນກຸ່ມພະສົງບາງວັດ ແລະ ຜູ້ຮຽນຮູ້
ຈໍານວນຫນຶ່ງ.

ຖ້າທ່ານໃດສົນໃຈໃນລາຍລະອຽດຂອງວິທີເຮັດໂຄມແບບຕ່າງໆ ກໍ່ລອງສອບຖາມກັນເຂົ້າມາໄດ້.

ນອກຈາກນີ້ໃນປະຈຸບັນຍັງມີຄົນປະດິດໂຄມຮູບແບບໃຫມ່ໆ ອອກມາອີກຕາມຄວາມສາມາດຂອງໃຜລາວ
ເພື່ອສ້າງສີສັນອັນໂດດເດັ່ນໃຫ້ແກ່ບ້ານເຮືອນຂອງໂຕເອງ.



-- Edited by Luangprabang2day at 21:22, 2007-10-25

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard